ຫວຽດນາມ ແລະ ກຳປູເຈຍ ລົງນາມຮ່ວມມືດ້ານການທ່ອງທ່ຽວ
ຕາມຂ່າວສານຊິນຮວາລາຍງານວັນທີ 7 ພຶດສະພາ ນີ້ວ່າ: ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ຈຳປູເຈຍ, ການຕ້ອນຮັບທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີ ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ທ່ານ ທອງ ຄອນ ລັດຖະມົນຕີກະຊວງທ່ອງທ່ຽວ-ປະທານຄະນະກຳ ມະການ ໂອລິມປິກ ກຳປູ ເຈຍ ໄດ້ເນັ້ນໜັກວ່າ ທ່ານຕີລາຄາສູງ ຕໍ່ການນຳພາຂອງພັກຄອມມູນິດ ຫວຽດນາມ ແລະ ຍາມໃດກໍຖື ຫວຽດນາມ ແມ່ນເພື່ອນ, ເປັນອ້າຍນ້ອງກັນ ດ້ວຍ ຄວາມເຄົາ ລົບ ແລະ ຄວາມໄວ້ເນື້ອເຊື່ອໃຈ. ສ່ວນທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ຕີລາຄາວ່າ: ການຜັນຂະຫຍາຍບົດບັນທຶກຮ່ວມມືໃນຂົງເຂດການທ່ອງ ທ່ຽວ ໃນຊຸມປີຜ່ານມາ ໄດ້ປະຕິບັດຢ່າງຖືກຕ້ອງຕາມເນື້ອໃນທີ່ໄດ້ຕົກລົງກັນໄວ້, ສອງຝ່າຍກໍສ້າງຫຼາຍຜະລິດຕະພັນທ່ອງທ່ຽວໃໝ່; ດຳເນີນຫຼາຍກິດຈະກຳ ເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືກັນ. ພາຍຫຼັງການເຮັດວຽກ, ລັດ ຖະມົນຕີສອງທ່ານໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງວັດທະນະທຳ- ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງທ່ອງທ່ຽວ ກຳປູເຈຍ ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດທ່ອງທ່ຽວ. ຕາມນັ້ນແລ້ວ, ສອງຝ່າຍ ຈະປັບປຸງ ແລະ ພັດທະນາການທ່ອງທ່ຽວ ເພື່ອຜົນປະໂຫຍດລວມຂອງສອງຝ່າຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2023